ແຈ້ງການ

ກ່ຽວກັບ ບລໜຊ
ປະຫວັດຄວາມເປັນມາ
ໃນໄລຍະຜ່ານມາ ສະພາບໜີ້ສິນດ້ອຍຄຸນນະພາບ ຫຼື ເອີ້ນວ່າໜີ້ທີ່ບໍ່ເກີດດອກອອກຜົນ ຂອງທະນາຄານທຸລະກິດເພີ່ມຂື້ນເລື້ອຍໆ, ລັດຖະບານກໍໄດ້ໃຫ້ຄວາມສໍາຄັນຕໍ່ກັບບັນຫາດັ່ງກ່າວ ຈຶ່ງໄດ້ແຕ່ງຕັ້ງຄະນະກໍາມະການເກັບກູ້ໜີ້ສິນບໍ່ເກີດດອກອອກຜົນຂອງທະນາຄານຂັ້ນລັດຖະບານຂຶ້ນ ຕາມດໍາລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 62/ນຍ ລົງວັນທີ 12 ພຶດສະພາ 2004 ແລະ ຄໍາສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 09/ນຍ, ລົງວັນທີ 12 ພຶດສະພາ 2004, ຄະນະດັ່ງກ່າວສ້າງຕັ້ງຂຶ້ນມາ ແລະ ໄດ້ທົດລອງຈັດຕັ້ງປະຕິບັດຢູ່ນະຄອນຫຼວງວຽງຈັນ ໃນໄລຍະໃດໜຶ່ງເຫັນວ່າສາມາດແກ້ໄຂໄດ້ດີພໍສົມຄວນ.
ເພື່ອສືບຕໍ່ແກ້ໄຂໜີ້ສິນບໍ່ເກີດດອກອອກຜົນ ນັບທັງໃນຜັງ ແລະ ນອກຜັງ ຕ້ອງມີນະໂຍບາຍ ແລະ ມາດຕະການທີ່ເໝາະສົມເພື່ອຍົກສູງຄຸນນະພາບໃນການແກ້ໄຂໜີ້ NPL ໃນທົ່ວລະບົບທະນາຄານໃຫ້ມີຄວາມເຂັ້ມແຂງ, ມີປະສິດທິພາບ ແລະ ມີຄວາມຍືນຍົງໃນເງື່ອນໄຂການເຊື່ອມໂຍງເສດຖະກິດສາກົນ ແນ່ໃສ່ປະກອບສ່ວນຢ່າງຕັ້ງໜ້າໃນການພັດທະນາເສດຖະກິດ-ສັງຄົມ ແລະ ລຶບລ້າງຄວາມທຸກຍາກຂອງປະຊາຊົນໃຫ້ບັນລຸຄາດໝາຍທີ່ກໍານົດໄວ້ ຄະນະສະພາບໍລິຫານທະນາຄານແຫ່ງ ສປປ ລາວ ໄດ້ປຶກສາຫາລື ແລະ ເປັນເອກະພາບໃນກອງປະຊຸມ ສະບັບລົງວັນທີ 01 ພຶດສະພາ 2007 ໂດຍການເຫັນດີເປັນເອກະພາບແຕ່ງຕັ້ງຄະນະຮັບຜິດຊອບຄົ້ນຄວ້າກະກຽມການສ້າງຕັ້ງອົງກອນເກັບກູ້ໜີ້ສິນຢູ່ ທະນາຄານແຫ່ງ ສປປ ລາວ, ຫຼັງຈາກນັ້ນຜູ້ວ່າການທະນາຄານແຫ່ງ ສປປ ລາວ ໄດ້ອອກຂໍ້ຕົກລົງ ສະບັບເລກທີ 500/ທຫລ, ລົງວັນທີ 27 ກໍລະກົດ 2007 ວ່າດ້ວຍແຕ່ງຕັ້ງຄະນະຮັບຜິດຊອບຄົ້ນຄວ້າກະກຽມການສ້າງຕັ້ງອົງກອນເກັບກູ້ໜີ້ສິນ ຢູ່ທະນາຄານແຫ່ງ ສປປ ລາວ, ມາຮອດວັນທີ 27 ມັງກອນ 2008 ຜູ້ວ່າການທະນາຄານແຫ່ງ ສປປ ລາວ ໄດ້ອອກຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບສ້າງຕັ້ງສູນບໍລິການເກັບຊື້ໜີ້ ແລະ ຮັບຝາກເກັບໜີ້ ສະບັບເລກທີ 27/ທຫລ, ລົງວັນທີ 14 ມັງກອນ 2008 ໂດຍຍົກລະດັບພະແນກນະໂຍບາຍສິນເຊື່ອ ແລະ ເກັບກູ້ໜີ້ສິນ ທີ່ຂື້ນກັບກົມຄຸ້ມຄອງທະນາຄານທຸລະກິດ ມາເປັນສູນບໍລິການເກັບຊື້ໜີ້ ແລະ ຮັບຝາກເກັບໜີ້, ເພື່ອເຮັດໃຫ້ການແກ້ໄຂໜີ້ຂອງບັນດາທະນາຄານທຸລະກິດ ແລະ ສະຖາບັນການເງິນໃຫ້ມີສະພາບຄ່ອງທາງດ້ານການເງິນ ແລະ ສາມາດດໍາເນີນທຸລະກິດຂອງຕົນໄດ້ຢ່າງເຕັມສ່ວນ. ສະນັ້ນ, ຄະນະພັກທະນາຄານແຫ່ງ ສປປ ລາວ ກໍ່ຄື ຜູ້ວ່າການທະນາຄານແຫ່ງ ສປປ ລາວ ໄດ້ອອກຂໍ້ຕົກລົງສ້າງຕັ້ງ ”ສູນບໍລິການເກັບຊື້ໜີ້ ແລະ ຮັບຝາກເກັບໜີ້’’ (ຫລື ສາກົນ ເອີ້ນວ່າ Asset Management Center ຫຼື ເວົ້າຫຍໍ້ແມ່ນ AMC) ຕາມຂໍ້ຕົກລົງສະບັບເລກທີ 169/ທຫລ, ລົງວັນທີ 13 ມີນາ 2008 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງສູນບໍລິການເກັບຊື້ໜີ້ ແລະ ຮັບຝາກເກັບໜີ້ ທະນາຄານແຫ່ງ ສປປ ລາວ ແລະ ໄດ້ຈັດພິທີເປີດການໃຫ້ບໍລິການເກັບຊື້ໜີ້ ແລະ ຮັບຝາກເກັບໜີ້ ຂຶ້ນເປັນທາງການ ໃນວັນທີ 05 ພະຈິກ 2008 ໂດຍເປັນຫົວໜ່ວຍໜຶ່ງທີ່ຂຶ້ນກັບທະນາຄານແຫ່ງ ສປປ ລາວ ມີຖານະທຽບເທົ່າກົມ ແລະ ຢູ່ພາຍໃຕ້ການຊີ້ນໍາ-ນໍາພາໂດຍກົງຂອງຄະນະຜູ້ວ່າການ ທະນາຄານແຫ່ງ ສປປ ລາວ ມີພາລະບົດບາດເປັນເສນາທິການໃຫ້ແກ່ຄະນະຜູ້ວ່າການ ໃນການດໍາເນີນການບໍລິການເກັບຊື້ໜີ້ ແລະ ຮັບຝາກເກັບໜີ້ທີ່ບໍ່ເກີດດອກອອກຜົນຂອງທະນາຄານທຸລະກິດ ແລະ ສະຖາບັນການເງິນ ທີ່ຢູ່ພາຍໃຕ້ການຄຸ້ມຄອງຂອງທະນາຄານແຫ່ງ ສປປ ລາວ ແລະ ວິສາຫະກິດອື່ນ ຕາມກົນໄກເສດຖະກິດຕະຫຼາດບົນພື້ນຖານການຕົກລົງຂອງຄູ່ສັນຍາ.