ບໍລິສັດລັດ ບໍລິຫານໜີ້  ແລະ ຊັບສິນ ຈໍາກັດຜູ້ດຽວ ແມ່ນການຈັດຕັ້ງລັດວິສາຫະກິດ ມີສາຍຕັ້ງຂຶ້ນກັບກະຊວງການເງິນ ແລະ ສາຍຂວາງຂຶ້ນກັບ ທະນາຄານແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ , ພາລະບົດບາດ ໃນການຄຸ້ມຄອງບໍລິຫານໜີ້ຕ້ອງຮັບທວງຍາກ ແລະ ຊັບສິນລໍຖ້າຂາຍ ທີ່ໄດ້ຮັບຊື້ ຫຼື ໄດ້ຮັບຝາກຈາກສະຖາບັນການເງິນ, ທະນາຄານແຫ່ງ ສປປ ລາວ ຫຼື ຈາກກະຊວງການເງິນ